ເພື່ອເປັນການອະນຸລັກ ປົກປັກຮັກສາ ຮີດ 12 ຄອງ 14 ຂອງຊາວພຸດ ທີ່ໄດ້ສືບທອດກັນມາໃຫ້ມີຄວາມໜັ້ນຄົງຕະຫຼອດໄປ. ດັ່ງນັ້ນ, ໃນຄໍ່າຄືນຂອງວັນທີ 29 ທັນວາ ຜ່ານມາ ເມືອງຫົງສາ ແຂວງ ໄຊຍະບູລີ ໄດ້ຈັດງານປະເພນີອອກພັນສາ ປະວໍລະນາ ປະຈໍາປີ 2566ຂຶ້ນ ຢູ່ຜາມໄຊທ່າຊ່ວງເຮືອ ໂດຍມີທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງ ປະທານຈັດງານປະເພນີອອກພັນສາ ປະວໍລະນາ, ມີການນໍາຂອງເມືອງ ແຂກຖືກເຊີນ, ອົງການປົກຄອງບ້ານ, ມວນຊົນພາຍໃນເມືອງ ເຂົ້າຮ່ວມຮັບຊົມ ຢ່າງຫຼວງຫຼາຍ.
ການຈັດງານປະເພນີອອກພັນສາ ປະວໍລະນາ ປະຈໍາປີ 2566 ປີນີ້, ເມືອງຫົງສາ ໄດ້ຈັດງານປະເພນີມີຫຼາຍກິດຈະກໍາເຊັ່ນ: ໄຫຼເຮືອໄຟງາມ ຈາກ 12 ບ້ານ ແລະ 6 ກຸ່ມຈາກສໍານັກງານ ຫ້ອງການ, ຕີກອງຫາງ ມາຈາກ 7 ບ້ານ, ປະກວດບັ້ງໄຟດອກ ຈາກ 13 ບ້ານ, 5 ກຸ່ມຈາກສໍານັກງານ ຫ້ອງການ, ນອກຈາກນັ້ນຍັງໄດ້ລອຍກະໂທງ ແລະ ພິທີທາງສາສະໜາ-ຈູດທູບທຽນບູຊາ.
ຜ່ານການປະກວດໄຫຼເຮືອໄຟງາມ ຜົນປະກົດວ່າ: ທີ 1 ແມ່ນກຸ່ມ ວັດທະນະທໍາ-ສັງຄົມ ໄດ້ຮັບລາງວັນເງິນສົດ 15.00.0000 ກີບ, ທີ 2 ແມ່ນກຸ່ມຕຸລາການ ໄດ້ຮັບລາງວັນເງິນສົດ 1.300.000 ກີບ, ທີ 3 ແມ່ນບ້ານນາແກ່ນຄໍາ ໄດ້ຮັບລາງວັນເງິນສົດ 1.00.0000 ກີບ, ສ່ວນ 10 ບ້ານ ແລະ 5 ກຸ່ມຈາກສໍານັກງານຫ້ອງການ ໄດ້ຮັບລາງວັນຊົມເຊີຍ, ຕີກອງຫາງ ທີ 1 ບ້ານນາສ້ານ ໄດ້ຮັບລາງວັນເງິນສົດ 500. 0000 ກີບ, ທີ 2 ບ້ານສີມຸງຄຸນ ໄດ້ຮັບລາງວັນເງິນສົດ 400.000 ກີບ ແລະ ທີ 3 ບ້ານໂພນສູງ ໄດ້ຮັບລາງວັນເງິນສົດ 300.000 ກີບ ແລະ ທີ 4 ບ້ານໄດຮັບລາງວັນເງິນສົດ ບ້ານລະ 200.000 ກີບ, ການປະກວດບັ້ງໄຟດອກທີ່ຂຶ້ນສູງສວຍງາມ ແລະ ໃຊ້ເວລາດົນນານກວ່າໝູ່ ທີ 1 ບ້ານນາສ້ານ ໄດ້ຮັບລາງວັນເງິນສົດ 1.000.000 ກີບ, ທີ 2 ຮ່ວມ ບ້ານວຽງແກ້ວ ແລະ ບ້ານນາປຸ່ງ ໄດ້ຮັບລາງວັນເງິນສົດ ບ້ານລະ 850.000 ກີບ ແລະ 10 ບ້ານ 5 ກຸ່ມຈາກສໍານັກງານ ຫ້ອງການ ໄດ້ຮັບລາງວັນຊົມເຊີຍ ຫ້ອງການລະ 700.0000 ກີບ.
ຂ່າວ-ພາບ: ບຸນປອນ ສຸກສົມບັດ.

ຄໍາເຫັນ